ການທ່ອງທ່ຽວວັງວຽງ ສະງົບລົງ


ການທ່ອງທ່ຽວ ເມືອງວັງວຽງ ໂດຍສະເພາະ ເລາະຕາມ ນໍ້າຊອງ ມີໜ້ອຍລົງ ໃນເດືອນ ຕຸລາ ນີ້.ເພື່ອຄວາມເປັນ ລະບຽບ ຮຽບຮ້ອຍ ທາງການ ໄດ້ອອກຄໍາສັ່ງ ໃຫ້ຮ້ານຂາຍ ກິນດື່ມ ແລະ ບາຣ໌ກິນເຫລົ້າ ໃຫ້ງົດຂາຍ ສິ່ງມືນເມົາ ໃນຊ່ວງທີ່ ລັດຖະບານ ກໍາລັງຕຽມ ຕ້ອນຮັບ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູໂຣບ ຊື່ງຈະມີຂື້ນ ໃນວັນທີ່ 5 ຫາ 6 ພະຈິກນີ້ ທີ່ນະຄອນຫລວງ ວຽງຈັນ.
ຊາວເມືອງວັງວຽງ ຢາກໃຫ້ມີຄວາມ ສະງົບຕລອດໄປ ບໍ່ພຽງແຕ່ ໃນລະຍະ ການກະກຽມ ແລະ ໃນຊ່ວງ ກອງປະຊຸມ ສຸດຍອດ ອາເຊັມ ເທົ່ານັ້ນ. ຊາວັງວຽງ ຜູ້ນື່ງເວົ້າວ່າ:
“ຮ້ານ ຜັບບາຣ ທີ່ວ່າ ບໍ່ມີແລ້ວ ເພາະວ່າຊ່ວງນີ້ ມັນກຽມ ກອງປະຊຸມ ໄລຍະຍາວ ກໍຕ້ອງໄດ້ປິດໄປ ປະມານ ເດືອນໜ້າ ຊ່ວງນີ້ຕ້ອງ ຮັກສາຄວາມສະງົບ ເຂົາຈະເຮັດ ໃຫ້ມັນບໍ່ມີ ບັນຫາຫລາຍ ຕ້ອງໄປໃນທາງ ທີ່ຖືກຕ້ອງຕາມ ລະບຽບ ກົດໝາຍ ບ້ານເມືອງ ບໍ່ໃຫ້ມັນເປັນ ເສລີຫລາຍ ກໍໄດ້ແຕ່ວ່າຕ້ອງ ຮັກສາຄວາມສະງົບໃຫ້ໄດ້”.
ຄວາມບໍ່ສະງົບ ທີ່ເກີດຂື້ນ ໃນບໍລິເວນ ທ່ອງທ່ຽວ ແຄມນໍ້າຊອງນັ້ນ ສ່ວນຫລາຍ ແມ່ນຜິດຖຽງກັນ ຫລັງຈາກ ກິນເຫລົ້າເມົາຢາ ສົ່ງສຽງດັງ ໂວຍວາຍ ເຮັດໃຫ້ ປະຊາຊົນ ທີ່ຢູ່ ໃກ້ຄຽງບໍ່ມີ ຄວາມສະງົບ. ນອກນັ້ນ ການທ່ອງທ່ຽວ ລ່ອງກົງຢາງ ໃນນໍ້າຊອງ ແລະ ຂື້ນຕົ້ນໄມ້ ໂຕນນໍ້າ ເຮັດໃຫ້ເກີດ ອຸປະຕິເຫດ ບາດເຈັບ ຫລາຍກໍລະນີ ເຖິງແກ່ຊີວິດ.
ປັດຈຸບັນນີ້ ຮ້ານຂາຍເຫລົ້າ ຍັງອະນຸຍາດ ໃຫ້ເປີດຂາຍຢູ່ ແຕ່ຢູ່ພາຍໃຕ້ ລະບຽບການ ທີ່ສາມາດ ຮັບປະກັນ ຄວາມສະງົບໄດ້.

Categories: Uncategorized | Leave a comment

ipod Touch 5Gen’


iPod Touch 5 ໃໝ່ ມາພ້ອມກັບ iPod Touch loop ມີ 5ສີ, iPod Touch 5ແມ່ນສືບເນື່ອງມາຈາກງານເປີດໂຕ iphone5 ຂອງ Apple ແລະກໍໄດ້ມີການເປີດໂຕ iPod Touch ໃໝ່ນຳອີກ
ມີຫຼາຍຄົນຖາມມາວ່າ iPod Touch 5 ນີ້ມີ 3Gຫຼືບໍ່? ຄຳຕອບຄືບໍ່ມີ, ມີພຽງແຕ່ WiFi ເທົ່ານິ້ນ
iPod Touch ใหม่

ຂໍ້ມູນຂອງ iPod Touch 5

Chip Apple A5 : Dual Core ໄວຂຶ້ນ2ເທົ່າທຽບກັບລຸ້ນເກົ່າ
ລະບົບປະຕິບັດການ iOS 6
ໜ້າຈໍຂະໜາດ 4ນິ້ວ
ຄວາມລະອຽດຂອງຈໍ 640 x 1136 pixels
ນ້ຳໜິກ 88g
Bluetooth 4.0
ຮອງຮັບ Wi-Fi 2.4Gh (ບໍ່ຮອງຮັບ 3G)
ກ້ອງ Facetime Hd Camera 720P ໄດ້ຄື iPhone 5
ກ້ອງ 5pixels ມີ Auto Focus ແລະLED Flash
ຖ່າຍວຶດີໂອ 1080P 30fps
ມີສີໃຫ້ເລືອກ 5ສີຄື ຂາວ, ດຳ, ຟ້າ, ເຫຼືອງ ແລະ ແດງ
ມີ2ຄວາມຈຳໃຫ້ເລືອກ 32 ແລະ 64 GB
ມີຊ່ອງຕໍ່ຫູັິງ 3.5mm
ຟັງເພງໄດ້ຕໍ່ເນື່ອງເຖິງ 40ຊົ່ວໂມງ
ເບຶ່ງວິດີໂອໄດ້ 8ຊົ່ວໂມງ
ມີ iPod touch loop ຄືສາຍຫ້ອຍມືເຮັດໃຫ້ສະດວກເວລາຖືໃຊ້ງານ
Lightning Connector ພອດ໌ການເຊື່ອມຕໍ່ແບບໃໝ່ນ້ອຍລົງ 80% ແບບດຽວກັບ iPhone 5
Earpods ຫູຟັງໃໝ່ ໃຊ້ງານງ່າຍ
AirPlay ຄືສາຍວຶດີໂອແບບບໍ່ມີສາຍໄປທີ່ HDTV ໂດຍ Apple TV

iPod touch loop
earpodshttp:
Lightning Connectorhttp

Categories: Uncategorized | Leave a comment

ແຊບແບບລາວໆ


ລາບແມ່ນອາຫານຊະນິດໜື່ງທີເປັນອາຫານນິຍົມຂອງຄົນລາວ ເຊີ່ງເຮັດມາຈາກຊີ້ນສັດ ເຊັ່ນ: ຊີ້ນງົວ, ຄວາຍ, ໝູ, ເປັດ,ໄກ່…ນອກຈາກນັ້ນຍັງມີມີສວ່ນປະກອບຫຼາຍໆຢ່າງທີ່ຕົບແຕ່ງໃຫ້ອາຫານມີຄວາມສວຍງາມແລະໜ້າຮັບປະທານ ແລະ ອາຫານປະເພດລາບ ຍັງເປັນອາຫານທີ່ເຮັດຕ້ອນຮັບງານລ້ຽງຕ່າງໆ ເພື່ອໃຫ້ເປັນສິລິມຸງຄຸນແກ່ງານ ໃຫ້ມີໂຊກມີລາບ. ລາບແມ່ນອາຫານຊະນິດໜື່ງທີເປັນອາຫານນິຍົມຂອງຄົນລາວ


ຕໍາຫມາກຫຸ່ງແມ່ນອາຫານພື້ນເມືອງຂອງປະເທດລາວ. ປຸງແຕ່ງຈາກ ການຕໍາຫມາກຫຸ່ງອ່ອນ ທີ່ຖືກຝັກໃຫ້ເປັນເສັ້ນນ້ອຍໆ ເຂົ້າກັບເຄື່ອງປຸງແຕ່ງອື່ນເຊັ່ນ ຜັກທຽມ, ຫມາກເຜັດ, ເກືອ, ແປ້ງນົວ, ນໍ້າຕານ, ນໍ້າປາ, ນໍ້າປາແດກ, ນໍ້າຫມາກນາວ, ຫມາກຖົ່ວຍາວ, ຫມາກຖົ່ວດຶນ, ຫມາກເລັ່ນ ແລະ ອື່ນໆ.


ເມື່ອເວົ້າເຖິງຕຳໝາກຮຸ່ງແລ້ວ ສຶາງທີ່ຂາດບໍ່ໄດ້ນັ້ນກໍຄື ປີ້ງໄກ່ ທີ່ເພິ່ນນຳໄປໝັກກັບເຄື່ອງປຸງຕ່າງໆແລ້ວນຳໄປປີ້ງ ຈົນເປິນສີເຫຼືອງ ມີກິ່ນຫອມໜ້າຮັບປະທານທີ່ສູດ


ເອາະຫຼາມ: ເປັນອາຫານພື້ນເມືອງຊະນິດໜຶ່ງ ຂອງຊາວລາວເຮົາມາຕັ້ງແຕ່ດົນນານແຕ່ອາຫານຊະນິດນີ້ ແມ່ນມັກພົບເຫັນຕາມພາກເໜືອຂອງລາວເປັນສ່ວນໃຫຍ່ ແລະ ເປັນອາຫານ ທີ່ເປັນເອກະລັກຂອງຊາວຫຼວງພະບາງອີກດ້ວຍ


ໄຄແຜ່ນ: ແມ່ນອາຫານອີກປະເປດໜຶ່ງທີ່ຂຶ້ນຊື່ຂອງ ແຂວງຫຼວງພະບາງນຳອີກ


ເຂົ້າປຽກເປັນອາຫານປະເພດເສັ້ນທີ່ຄົນລາວນຶຍົມກຶນ ເພາະມີຄວາມນົວຂອງນ້ຳແກງ ແລະກະດູກ ສາມາດປຸງແຕ່ງລົດຊາດໄດ້ຕາມໃຈມັກ

Categories: Uncategorized | Leave a comment

Makeup by Michel phan

Categories: Uncategorized | Leave a comment

Create a free website or blog at WordPress.com.